Winning entries could not be determined in this language pair.There were 3 entries submitted in this pair during the submission phase. Not enough votes were submitted by peers for a winning entry to be determined.Competition in this pair is now closed. |
ປະເດັນຫລັກແຫ່ງຍຸກ, ຢ່າງໜ້ອຍໃນປະເທດພັດທະນາແລ້ວ, ປະເດັນກໍຄືຜູ້ຄົນສະແຫວງຫາຄວາມສະຫງົບສຸກຢ່າງແຮງກ້າ ແລະສຳພັດບໍ່ສາມາດຄົ້ນພົບມັນໄດ້. ການສັນຈອນທີ່ສົ່ງສຽງນອງນັນ, ສຽງດັງຂອງໂທລະສັບທີ່ບໍ່ຢຸດນິ້ງ, ການປະກາດທາງດິຈິຕອນໃນລົດເມ ແລະ ລົດໄຟ, ຊຸດໂທລະພາບທີ່ສົ່ງສຽງດັງແມ້ແຕ່ຢູ່ໃນຫ້ອງການອັນເປົ່າຫວ່າງ ແລະ ພວກມັນລ້ວນແມ່ນມີແບັດເຕີຣີທີ່ໄຮ້ສິ້ນສຸດ ແລະເປັນການລົບກວນ. ເຜົ່າພັນມະນຸດແມ່ນກຳລັງອິດເມື່ອຍກັບສຽງນອງນັນ ແລະ ລໍຄອຍສິ່ງທີ່ກົງກັນຂ້າມ—ບໍ່ວ່າຢູ່ໃນບ່ອນທີ່ມີສະພາບຕາມທຳມະຊາດ, ເທິງມະຫາສະມຸດອັນກວ້າງໃຫ່ຍ ຫລື ໃນບາງສະຖານທີ່ພັກຜ່ອນເຊິ່ງມີ ຄວາມສະຫງົບນິ້ງ ແລະຄວາມຕັ້ງໃຈ. ອາເລນ ໂຄຣບິນ (Alain Corbin) ສາສະດາຈານດ້ານປະຫວັດສາດ ໄດ້ຂຽນເລື່ອງລາວການພັກອາໄສຂອງລາວທີ່ ໂຊຣບອນເນ ແລະ ເອີລິງ ເຄຈ (Erling Kagge) ນັກສຳຫລວດຊາວນອກແວ, ຈາກຄວາມຊົງຈຳຂອງລາວກ່ຽວກັບ ສິ່ງເສດເຫຼືອແຫ່ງຂົ້ວໂລກໃຕ້ ບ່ອນທີ່ທັງສອງຄົນນັ້ນມີຄວາມພະຍາຍາມໃນການຫລົບໜີຄວາມນອງນັນ. ແລະມາເຖິງດຽວນີ້ ໃນຂະນະທີ່ ທ່ານ ໂຄຣບິນ ຊີ້ໃຫ້ເຫັນຈຸດສຳຄັນຂອງ "ປະຫວັດສາດແຫ່ງຄວາມງຽບສະຫງົບ"; ນັ້ນອາດຈະບໍ່ມີຄວາມນອງນັນຫລາຍກວ່າທີ່ນັ້ນເຄີຍມີກໍເປັນໄດ້. ກ່ອນຍຸກທີ່ມີຢາງຕີນລົດ, ຖະໜົນໃນເມືອງເຕັມໄປດ້ວຍ ລໍ້ທີ່ມີກອບດ້ວຍໂລຫະທີ່ສົ່ງສຽງດັງໜວກຫູຕະຫລອດ ແລະເກືອກມ້າຫີນ. ກ່ອນເອົາໂຕເອງຍຶດຕິດກັບໂທລະສັບມືຖື, ລົດເມ ແລະລົດໄຟດ້ວຍຄວາມສະໝັກໃຈ ເຊິ່ງມີສຽງດັງຂອງການສົນທະນາກັນ. ຜູ້ຈຳໜ່າຍໜັງສືພິມບໍ່ໄດ້ປະສິນຄ້າຂອງພວກເຂົາໃຫ້ກອງຢູ່, ແຕ່ໂຄສະນາພວກມັນໃນປະລິມານຫລວງຫລາຍ, ຄືກັນກັບຜູ້ຂາຍໝາກເຊີຣີ, ດອກໄມ້ ໄວໂອເລັດ ແລະ ປາແມເຄີເຣລສົດໆ. ໂຮງໜັງ ແລະໂຮງລະຄອນໂອເປຣາແມ່ນສັບສົນວຸ້ນວາຍດ້ວຍສຽງການຮ້ອງຂອງຜູ້ຄົນ. ເຖິງແມ່ນວ່າຢູ່ແຖບຊົນນະບົດ, ຊາວນາຮ້ອງເພງຄືກັນກັບວ່າພວກເຂົາເຮັດວຽກເປັນຂີ້ຂ້າ. ດຽວນີ້ ພວກເຂົາບໍ່ຮ້ອງເພງ. ສິ່ງທີ່ປ່ຽນບໍ່ແມ່ນລະດັບຂອງສຽງນອງນັນ, ເຊິ່ງໃນສະຕະວັດຜ່ານມາກໍມີການສະແດງຄວາມບໍ່ພໍໃຈກ່ຽວກັບສິ່ງນີ້, ແຕ່ລະດັບການລົບກວນ ເຊິ່ງກວມພື້ນທີ່ທີ່ຄວາມງຽບອາດຈະເຂົ້າແຊກແຊງ. ນັ້ນເຮັດໃຫ້ລັກສະນະທີ່ຂັດແຍ້ງກັນອື່ນໆຄ່ອຍປະກົດຂຶ້ນມາ, ເພາະວ່າເມື່ອມັນແຊກແຊງ—ໃນຄວາມເລີກຕຶບໜາຂອງປ່າຕົ້ນສົນ, ໃນທະເລຊາຍທີ່ໄຮ້ສິ່ງປົກປິດ, ໃນຫ້ອງທີ່ວ່າງເປົ່າໂດຍກະທັນຫັນ—ມັນພິສູດໃຫ້ເຫັນການຂາດການສົ່ງເສີມ ຫລື ໃຫ້ກຳລັງໃຈ ນອກເໜືອຈາກ ການຕ້ອນຮັບ. ຄວາມເປັນຕາຢ້ານເຂົ້າມາຢ່າງຊ້າໆ; ໂດຍສັນຊາດຕະຍານແລ້ວ ຫູຂອງເຮົາຕິດແໜ້ນກັບທຸກໆສິ່ງ, ບໍ່ວ່າ ສຽງໄຟໄໝ້ ຫລື ນົກຮ້ອງ ຫລື ສຽງກອບແກບຂອງໃບໄມ້, ນັ້ນຈະຊ່ວຍຮັກສາມັນໃຫ້ປອດໄພຈາກ ຄວາມຫວ່າງເປົ່າທີ່ບໍ່ຮູ້ຈັກນີ້ໄດ້. ຜູ້ຄົນຕ້ອງການຄວາມງຽບ ແຕ່ບໍ່ງຽບຫລາຍໂພດ. | Entry #22709 — Discuss 0 — Variant: Not specified
|
ເມື່ອເວົ້າເຖິງຫົວຂໍ້ທາງດ້ານອາຍຸກໍ່ແມ່ນວ່າ ຄົນເຮົາຕ້ອງການຄວາມງຽບ ແລະ ບໍ່ສາມາດຊອກຫາໄດ້ເລີຍ ເຊິ່ງຢ່າງໜ້ອຍກໍ່ແມ່ນຢູ່ໃນປະເທດພັດທະນາແລ້ວ. ສຽງອຶກກະທຶກຂອງການຈະລາຈອນ, ສຽງໂທລະສັບດັງບໍ່ມີຢາມຢຸດ, ການປະກາດດ້ວຍລະບົບດິຈິຕອນຢູ່ໃນລົດເມ ແລະ ລົດໄຟ, ສຽງດັງຂອງໂທລະທັດ ແມ້ວ່າຈະຢູ່ໃນຫ້ອງການຫວ່າງເປົ່າແມ່ນເປັນໝໍ້ໄຟ ແລະ ຄວາມວຸ່ນວາຍບໍ່ມີທີ່ສິ້ນສຸດ. ເຜົ່າພັນມະນຸດກຳລັງໝົດແຮງຂອງຕົນເອງໄປກັບສຽງອຶກກະທຶກນອງນັນ ແລະ ຕ້ອງການຢາກໄດ້ສິ່ງທີ່ກົງກັນຂ້າມກັບມັນນັ້ນ, ບໍ່ວ່າຈະຢູ່ໃນປ່າ, ຢູ່ໃນມະຫາສະໝຸດອັນກວ້າງໃຫຍ່ ຫຼື ຢູ່ໃນການຖອຍຫຼັງກັບໄປຫາຄວາມນິ່ງ ແລະ ຄວາມມີສະມາທິ. ທ່ານ ອາເລນ ຄໍບິນ (Alain Corbin) ຜູ້ທີ່ເປັນສາດສະດາຈານທາງດ້ານປະຫວັດສາດຂຽນໃຫ້ເຫັນຈາກການລີ້ໄພຂອງລາວຢູ່ໃນເມືອງຊໍບອນເນ ແລະ ເອີລິງເຄດ, ເປັນຜູ້ສຳຫຼວດປະເທດນໍເວ, ຈາກຄວາມຊົງຈຳຂອງລາວກ່ຽວກັບສິ່ງເສດເຫຼືອຂອງມະຫາສະໝຸດອັນຕາກຕິກ, ເຊິ່ງທັງສອງຄົນໄດ້ພະຍາຍາມຫຼົບໜີ. ເຖິງແນວນັ້ນກໍ່ຕາມ, ທ່ານ ຄໍບິນ ຊີ້ໃຫ້ເຫັນຢູ່ໃນປຶ້ມ "A History of Silence (ປະຫວັດແຫ່ງຄວາມງຽບ)" ວ່າ ອາດຈະບໍ່ມີສຽງລົບກວນອີກຫຼາຍກວ່າທີ່ເຄີຍເປັນ. ກ່ອນຍຸກຢາລົດເຕີມລົມ, ຖະໜົນຕ່າງໆໃນເມືອງແມ່ນເຕັມໄປດ້ວຍສຽງດັງເກືອບຫູແຕກຂອງລໍ້ຂອບເຫຼັກ ແລະ ກີບມ້າເທິງກ້ອນຫີນ. ກ່ອນຍຸກການໂດດດ່ຽວໃນໂລກໂທລະສັບມືຖື, ລົດເມ ແລະ ລົດໄຟມີສຽງດັງດ້ວຍການລົມກັນ. ຄົນຂາຍໜັງສືພິມບໍ່ອອກໄປຈາກສິນຄ້າຂອງພວກເຂົາທີ່ຢູ່ໃນກອງໜັງສືພິມທີ່ບໍ່ມີສຽງ, ແຕ່ໄດ້ໂຄສະນາພວກມັນດ້ວຍສຽງດັງສຸດ ຄືກັນກັບຜູ້ຂາຍໝາກເຊີລີ, ດອກໄວໂອເລັດ ແລະ ປາທູສົດ. ໂຮງໜັງ ແລະ ໂຮງລະຄອນມີສຽງດັງເນືອງນັນຮັດຊາ ແລະ ການເວົ້າສອດແຊກ. ແມ້ແຕ່ຢູ່ໃນຊົນນະບົດ, ຄົນຊົນນະບົດກໍ່ຮ້ອງເພງຕາມທີ່ພວກເຮົາອິດເມື່ອຍ. ດຽວນີ້ພວກເຂົາບໍ່ຮ້ອງແລ້ວ. ສິ່ງປ່ຽນແປງແມ່ນບໍ່ໄດ້ມີການປ່ຽນແປງຫຼາຍຂອງສຽງ ເຊິ່ງກໍ່ໄດ້ມີການຈົ່ມວ່າໃນສະຕະວັດຜ່ານໆມາ, ແຕ່ເປັນລະດັບຂອງຄວາມວຸ້ນວາຍ ເຊິ່ງຄອບຄອງພື້ນທີ່ບ່ອນຄວາມງຽບອາດຈະບຸກເຂົ້າໄປ. ຢູ່ທີ່ນັ້ນປະກົດໃຫ້ເຫັນສິ່ງຂັດແຍ້ງກັນອັນອື່ນມາເປັນລາງໆ, ເພາະວ່າມັນບຸກເຂົ້າໄປໃນຄວາມເລິກຂອງປ່າແປກ, ຢູ່ໃນທະເລຊາຍຫວ່າງເປົ່າ, ຢູ່ໃນຫ້ອງຫວ່າງກະທັນຫັນ, ມັນມັກຈະພິສູດໃຫ້ເຫັນການເຮັດໃຫ້ຕື່ນຕົກໃຈຫຼາຍກວ່າການຕ້ອນຮັບ. ຄວາມຫວັ່ນໄຫວເລັດລອດເຂົ້າມາຂ້າງໃນ; ຫູຕິດເຂົ້າກັບສິ່ງໃດໜຶ່ງໂດຍສັນຊາດຕະຍານ, ບໍ່ວ່າຈະເປັນສຽງໄຟໄໝ້ ຫຼື ສຽງນົກຮ້ອງ ຫຼື ສຽງລົມພັດໃບໄມ້ ເຊິ່ງຈະເຮັດໃຫ້ມັນປອດໄພຈາກຄວາມຫວ່າງເປົ່າບໍ່ຮູ້ຈັກເຫຼົ່ານີ້. ຜູ້ຄົນຕ້ອງການຄວາມງຽບ ແຕ່ບໍ່ຕ້ອງການຫຼາຍ. | Entry #23491 — Discuss 0 — Variant: Not specified
|
ຢ່າງໜ້ອຍໃນປະເທດທີ່ພັດທະນາແລ້ວ, ແກ່ນແທ້ຂອງຊີວິດຄືຄົນເຮົາປາດຖະໜາຄວາມສະຫງົບ, ແຕ່ກໍ່ບໍ່ສາມາດພົບມັນໄດ້ເລີຍ. ສຽງຟົດສະນັ່ນຂອງການຈະລາຈອນ, ສຽງເຕືອນໂທລະສັບທີ່ດັງຢູ່ຕະຫຼອດເວລາ, ສຽງປະກາດຢູ່ເທິງລົດເມ ແລະ ລົດໄຟໂດຍບໍ່ຢຸດຢ່ອນ, ໂທລະພາບສົ່ງສຽງດັງເຖິງວ່າຢູ່ໃນສຳນັກງານທີ່ບໍ່ມີຄົນກໍ່ຕາມ ລ້ວນແລ້ວແຕ່ແມ່ນບາດແຜເຈັບແສບ ແລະ ສິ່ງລົບກວນຢ່າງບໍ່ມີທີ່ສິ້ນສຸດ. ເຜົ່າພັນມະນຸດອິດເມື່ອຍໂຮຍແຮງຍ້ອນສຽງບົນແຊວ ແລະ ປາດຖະໜາໃນສິ່ງທີ່ກົງກັນຂ້າມ—ບໍ່ວ່າຈະຢູ່ໃນສະຖານທີ່ອັນຫ່າງໄກ, ໃນມະຫາສະມຸດອັນກວ້າງໃຫຍ່ໄພສານ ຫຼື ໃນສະຖານທີ່ງຽບສະຫງົບນິ້ງ ແລະ ມີຄວາມໜ້າສົນໃຈ. ທ່ານ Alain Corbin, ສາດສະດາຈານດ້ານປະຫວັດສາດ, ໄດ້ຂຽນເລື່ອງລາວຈາກສະຖານທີ່ຫຼົບໄພຂອງລາວໃນເມືອງ Sorbonne ແລະ ທ່ານ Erling Kagge, ນັກສຳຫຼວດຊາວນໍເວ, ໄດ້ຂຽນເລື່ອງລາວຈາກຄວາມຊົງຈຳຂອງລາວໃນດິນແດນອັນແສນເປົ່າແປນຂອງທະວີບອັງຕາກຕິກ, ເຊິ່ງເປັນບ່ອນທີ່ທັງສອງພະຍາຍາມຫຼົບໜີອອກມາ. ແລະ ທ່ານ Corbin ໄດ້ກ່າວໃນປຶ້ມ "A History of Silence" ວ່າ: ມັນອາດຈະບໍ່ມີສຽງບົນແຊວຄືແບບທີ່ເຄີຍເປັນອີກແລ້ວ. ກ່ອນທີ່ຈະມີສຽງຕີນລົດແລ່ນ, ຖະໜົນໃນຕົວເມືອງເຕັມໄປດ້ວຍສຽງອຶກກະທຶກຈາກກົງລໍ້ເຫຼັກ ແລະ ສຽງເກີບມ້າກະທົບໃສ່ຫີນ. ກ່ອນທີ່ຈະມີໂລກສ່ວນຕົວກັບໂທລະສັບມືຖື, ໃນລົດເມ ແລະ ລົດໄຟເຕັມໄປດ້ວຍສຽງຜູ້ຄົນໂອ້ລົມກັນ. ຄົນຂາຍໜັງສືພິມບໍ່ໄດ້ກອງສິນຄ້າຂອງພວກເຂົາໄວ້ລ້າໆ ແຕ່ປ່າວໂຄສະນາໃຫ້ຫຼາຍທີ່ສຸດຄືກັບຄົນຂາຍໝາກເຊີລີ, ຄົນຂາຍດອກໄມ້ ແລະ ຄົນຂາຍປາສົດເຮັດ. ໂຮງລະຄອນ ແລະ ບົດຮ້ອງໂອເປຣາປຽບເໝືອນຄວາມສັບສົນວຸ້ນວາຍ ແລະ ຄ້າຍທະຫານ. ແມ່ນແຕ່ຢູ່ໃນເຂດຊົນນະບົດ, ຊາວໄຮ່ຊາວສວນເຄີຍຮ້ອງເພງມ່ວນຊື່ນຄືຕອນພວກເຂົາເຮັດວຽກໜັກ. ແຕ່ຕອນນີ້ກັບບໍ່ມີໃຜຮ້ອງເພງ. ສິ່ງທີ່ປ່ຽນແປງບໍ່ແມ່ນລະດັບຂອງສຽງບົນແຊວຄືດັ່ງທີ່ຫຼາຍສັດຕະວັດຜ່ານມາຕຳນິຕິຕຽນ, ແຕ່ແມ່ນລະດັບຂອງສິ່ງລົບກວນ ເຊິ່ງອາດຄືບຄານເຂົ້າມາປົກຄຸມພື້ນທີ່ສະຫງົບ. ເບິ່ງຄືມີຄວາມຂັດແຍ່ງເກີດຂຶ້ນ, ເພາະວ່າສິ່ງລົບກວນໄດ້ຄືບຄານເຂົ້າມາແລ້ວ—ໃນກາງປ່າຕົ້ນສົນ, ໃນທະເລຊາຍທີ່ເປົ່າແປນ, ຢູ່ໃນຫ້ອງທີ່ວ່າງເປົ່າ—ເຊິ່ງມັກຈະເຮັດໃຫ້ພວກເຮົາຫວາດຫວັ່ນຫຼາຍກວ່າເຕັມໃຈຍອມຮັບມັນ. ຄວາມຢ້ານກົວຫຍັບຈໍ້ມໍ່ເຂົ້າມາ; ຫູຂອງພວກເຮົາຮັບຟັງທຸກສິ່ງທຸກຢ່າງຕາມສັນຊາດຕະຍານ ບໍ່ວ່າຈະເປັນສຽງແປວໄຟ ຫຼື ສຽງນົກຮ້ອງ ຫຼື ສຽງທີ່ແຜ່ວເບົາ ເຊິ່ງຈະເຮັດໃຫ້ພົ້ນຈາກຄວາມວ່າງເປົ່າໂດຍບໍ່ຮູ້ທີ່ມານີ້. ຄົນເຮົາຕ້ອງການຄວາມສະຫງົບແຕ່ພໍປະມານເທົ່ານັ້ນ. | Entry #22906 — Discuss 0 — Variant: Not specified
|